ຫຼັກສູດການນຳພາຕົວເອງ
ຫຼັກສູດ: ການນຳພາຕົວເອງ (I Want to Lead)
ຈຸດປະສົງ
- ພັດທະນາການຮັບຮູ້ ຄວາມສາມາດ, ຈຸດດີ ແລະ ຂໍ້ຈຳກັດຂອງຕົນເອງຢ່າງເລິກເຊິ່ງ. ພ້ອມນັ້ນ, ຍັງສາມາດປະເມີນ ແລະ ປ່ຽນແປງສິ່ງເຫຼົ່ານີ້ ເພື່ອປັບປຸງວິທີການນຳພາຂອງຕົນເອງໃນໜ້າທີ່ ວຽກງານ.
- ຮັບເອົາແນວຄວາມຄິດໃນການປັບປຸງຕົນເອງ ເພື່ອພະຍາຍາມສືບຕໍ່ພັດທະນາຕົນເອງໃຫ້ມີປະສິດທິພາບ;
- ສ້າງແນວຄວາມຄິດທີ່ທ້າທາຍຂອງຕົນເອງດ້ວຍການຮັບເອົາແນວຄວາມຄິດນອກກອບ, ວິທີການປະຕິບັດວຽກງານ ແລະ ຄວາມສາມາດໃໝ່ໆ ເຂົ້າໄປບໍລິຫານໂຄງການຕ່າງໆຂອງລັດ;
- ສະແດງໃຫ້ເຫັນພຶດຕິກຳການໃຫ້ການບໍລິການຂອງລັດທີ່ດີ ດ້ວຍການຮັບເອົາແນວຄວາມຄິດທີ່ມີຈັນຍາບັນ ແລະ ຄ່ານິຍົມເຂົ້າໃນການຕັດສິນບັນຫາ, ການປະຕິບັດວຽກງານ ແລະ ການບໍລິຫານລັດ;
- ສ້າງສະພາບແວດລ້ອມໃນການເຮັດວຽກທີ່ມີຈັນຍາບັນ ເພື່ອສະໜັບສະໜູນ ແລະ ພັດທະນາຄົນອື່ນ ເພື່ອບັນລຸມາດຕະຖານສູງສຸດດ້ານຈັນຍາບັນ ໃນການພັດທະນາຕົນເອງ ແລະ ວິຊາຊີບ.
ຫົວຂໍ້ການຝຶກອົບຮົມ
ບົດທີ 1: ການຮັບຮູ້ ແລະ ການພັດທະນາຕົນເອງ
- ການຮັບຮູ້ຕົນເອງ
- ການພັດທະນາຕົນເອງ
- ແນວຄິດສ້າງສັນໃນການປະຕິບັດວຽກງານ
ບົດທີ 2: ຄ່ານິຍົມ ແລະ ຈັນຍາບັນ
- ຄ່ານິຍົມ
- ຈັນຍາບັນ
ກຸ່ມເປົ້າໝາຍສຳລັບການຝຶກອົບຮົມ
ພະນັກງານ-ລັດຖະກອນທີ່ດຳລົງຕຳແໜ່ງຜູ້ບໍລິຫານລະດັບສູງ ແລະ ກາງ
ວິທີການຝຶກອົບຮົມ
- ບັນລະຍາຍ ແລະ ອະທິບາຍ 40 %
- ສົນທະນາຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນ 20 %
- ທົດລອງຝຶກປະຕິບັດ ຫຼື ກໍລະນີສຶກສາ ແລະ ສ້າງກິດຈະກຳເປັນກຸ່ມນອກສະຖານທີ່ 40 %
ກິດຈະກຳປະກອບການຝຶກອົບຮົມ
- ປະກອບມີ 6 ກໍລະນີສຶກສາ:
– ຫ້ອງການສາທາລະນະສຸກເມືອງ: ການສົ່ງເສີມການສັກຢາປ້ອງກັນພະຍາດ;
– ພະແນກອຸດສາຫະກຳ ແລະ ການຄ້າ: ການປັບປຸງລະບົບການບໍລິຫານຢູ່ພະແນກອຸດສາຫະກຳ ແລະ ການຄ້າ;
– ຫ້ອງການກະສິກຳ ແລະ ປ່າໄມ້: ການເພີ່ມຜົນຜະລິດ ແລະ ການຍົກສູງຄຸນນະພາບຂອງກາເຟລາວ;
– ພະແນກໂຍທາທິການ ແລະ ຂົນສົ່ງ: ການສະໜອງນໍ້າສະອາດໃຫ້ປະຊາຊົນໃຫ້ໄດ້ 80% ພາຍໃນປີ 2015;
– ຫ້ອງການພາຍໃນເມືອງ: ການສ້າງຂີດຄວາມສາມາດໃຫ້ແກ່ນາຍບ້ານ;
– ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ: ການຄຸ້ມຄອງຂໍ້ມູນຂ່າວສານ, ສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວໃຫ້ມີຄຸນນະພາບ;
- ກິດຈະກຳຈະລາຈອນຕິດຂັດ (traffic jam) ເວລາ 45 ນາທີ;
- ກິດຈະກໍາປົດໂສ້ (prison break) ເວລາ 30 ນາທີ;
- ກິດຈະກໍາປະກອບຊິ້ນສ່ວນ (bits and pieces) ເວລາ 30 ນາທີ;
- ກິດຈະກໍາໂຍນບານ (Systems Machine) ເວລາ 45 ນາທີ;
ໄລຍະເວລາການຝຶກອົບຮົມ
ນຳໃຊ້ເວລາ 3 ວັນ.