ທີ່ຕັ້ງ ແລະ ພາລະບົດບາດ
ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ຂຽນເປັນຕົວອັກສອນຫຍໍ້ວ່າ: “ສວປຝ” ແມ່ນຫົວໜ່ວຍວິຊາການໜຶ່ງທີ່ມີຖານະທຽບເທົ່າກົມສັງກັດຢູ່ໃນໂຄງປະກອບກົງຈັກຂອງກະຊວງພາຍໃນ, ມີພາລະບົດບາດເປັນເສນາທິການໃຫ້ແກ່ລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳກ່ຽວກັບຜົນການຄົ້ນຄວ້າວິທະຍາສາດການປົກຄອງ ແລະ ການຝຶກອົບຮົມບຳລຸງຍົກລະດັບໃຫ້ແກ່ພະນັກງານ-ລັດຖະກອນ ໃນດ້ານວຽກງານການຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມກ່ຽວກັບການບໍລິຫານລັດໃຫ້ແກ່ພະນັກງານ-ລັດຖະກອນ ໃນຂອບເຂດທົ່ວປະເທດ.
ໜ້າທີ່
- ປະຕິບັດກົດໝາຍ, ນິຕິກຳອຶ່ນໆ ຂອງຂັ້ນເທິງ ແລະ ນິຕິກຳຕ່າງໆ ຂອງກະຊວງ;
- ຄົ້ນຄວ້າ, ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມກ່ຽວກັບການບໍລິຫານລັດ;
- ສ້າງແຜນຍຸດທະສາດ, ສ້າງແຜນການ, ແຜນງານ ແລະ ໂຄງການວຽກງານຄົ້ນຄວ້າວິທະຍາສາດການປົກຄອງ ໃນແຕ່ລະໄລຍະ ເພື່ອສະເໜີຕໍ່ລັດຖະມົນຕີພິຈາລະນາຮັບຮອງພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ສ້າງແຜນຍຸດທະສາດ, ສ້າງແຜນການ, ແຜນງານ, ໂຄງການ, ຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ດຳເນີນການຄົ້ນຄວ້າວິທະຍາສາດການປົກຄອງ, ການບໍລິຫານລັດ ແລະ ການຄຸ້ມຄອງພະນັກງານ-ລັດຖະກອນ ເພື່ອສະເໜີລັດຖະມົນຕີພິຈາລະນາອະນຸມັດພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ຈັດກອງປະຊຸມ-ສໍາມະນາ, ປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດການປົກຄອງຕາມການອະນຸມັດຂອງລັດຖະມົນຕີ;
- ເກັບກໍາ, ສັງລວມ ແລະ ຄຸ້ມຄອງຂໍ້ມູນຜົນສຳເລັດຂອງການຄົ້ນຄວ້າວິທະຍາສາດການປົກຄອງ ແລະ ການຝຶກອົບຮົມຢ່າງເປັນລະບົບ; ເຜີຍແຜ່, ໂຄສະນາ, ສະໜອງຂໍ້ມູນ ແລະ ໃຫ້ຄໍາແນະນໍາແກ່ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງ-ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງຢ່າງເປັນປົກກະຕິ;
- ສ້າງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການ, ສ້າງ, ພັດທະນາ ແລະ ຄຸ້ມຄອງ ເນື້ອໃນຫລັກສູດຝຶກອົບຮົມການບໍລິຫານລັດ ໃຫ້ແກ່ພະນັກງານ-ລັດຖະກອນຂອງ ສປປ ລາວ ຕາມການກຳນົດຫົວຂໍ້ຫຼັກສູດ, ເປົ້າໝາຍ ແລະ ບັນດາບົດຂອງກົມປະເມີນຜົນ ແລະ ພັດທະນາລັດຖະກອນ ເພື່ອສະເໜີລັດຖະມົນຕີພິຈາລະນາອະນຸມັດພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ເຂົ້າຮ່ວມຂະບວນການສຳຫຼວດຄວາມຕ້ອງການ, ກຳນົດຫົວຂໍ້ຫຼັກສູດ ແລະ ປະເມີນຜົນການຝຶກອົບຮົມຮ່ວມກັບກົມປະເມີນຜົນ ແລະ ພັດທະນາລັດຖະກອນ;
- ສ້າງແຜນຍຸດທະສາດ, ແຜນການ, ແຜນງານ ແລະ ໂຄງການວຽກງານຝຶກອົບຮົມກ່ຽວກັບການບໍລິຫານຄຸ້ມຄອງລັດ ໃນແຕ່ລະໄລຍະຕາມແຜນກຳນົດຂອງກົມປະເມີນຜົນ ແລະ ພັດທະນາລັດຖະກອນ ເພື່ອສະເໜີລັດຖະມົນຕີພິຈາລະນາອະນຸມັດພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
- ຝຶກອົບຮົມລັດຖະກອນທີ່ມີຕໍາແໜ່ງບໍລິຫານ ແລະ ລັດຖະກອນທີ່ຮັບຕໍາແໜ່ງໃໝ່ ລະດັບສູງ ແລະ ກາງ ຂັ້ນສູນກາງ ແລະ ທ້ອງຖິ່ນຕາມເປົ້າໝາຍທີ່ກົມປະເມີນຜົນ ແລະ ພັດທະນາລັດຖະກອນ ກຳນົດ, ຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້;
- ປະເມີນກ່ອນ ແລະ ຫຼັງການຝຶກອົບຮົມແຕ່ລະຄັ້ງ (ໄລຍະຝຶກອົບຮົມ) ກ່ຽວກັບຄວາມເຂົ້າໃຈຂອງຜູ້ເຂົ້າຮ່ວມ, ວິທີ, ຮູບແບບການຝຶກອົບຮົມ ແລະ ຄູຝຶກ;
- ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມຕາມການມອບໝາຍຂອງລັດຖະມົນຕີ;
- ຄົ້ນຄວ້າ ແລະ ສະເໜີລັດຖະມົນຕີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັ້ນ-ຂັ້ນ ແລະ ປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນຂອງສະຖາບັນຕາມກົດໝາຍ ແລະ ລະບຽບທີ່ກໍານົດໄວ້;
- ລາຍງານການເຄື່ອນໄຫວວຽກງານຕ່າງໆຂອງສະຖາບັນໃຫ້ລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳຊາບປົກກະຕິ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ, ຕາມກົດ ໝາຍ ແລະ ລະບຽບການກໍານົດ;
- ສະເໜີຄະນະນຳກະຊວງຮັບຮອງກ່ຽວກັບວຽກງານຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຫຼັກສູດຝຶກອົບຮົມ;
ຂອບເຂດສິດ
- ເຂົ້າພົບຄະນະນໍາກະຊວງ, ປະສານສົມທົບກັບບັນດາກົມ, ຫ້ອງການ ແລະ ສູນ ເພື່ອປຶກສາຫາລືວຽກງານຕ່າງໆທີ່ເຫັນວ່າມີຄວາມຈໍາເປັນ ແລະ ຮີບດ່ວນ;
- ສະເໜີຄະນະນຳກະຊວງກ່ຽວກັບການປັບປຸງກົງຈັກການຈັດຕັ້ງຂອງຕົນໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງແຕ່ລະໄລຍະ;
- ເຊັນໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມໃນຫຼັກສູດຝຶກອົບຮົມຕ່າງໆຂອງສະຖາບັນຕາມການມອບໝາຍຂອງລັດຖະມົນຕີ;
- ເຂົ້າຮ່ວມກອງປະຊຸມ ປະກອບຄໍາເຫັນຕໍ່ແຜນການເຄື່ອນໄຫວວຽກງານຂອງກະຊວງ;
- ປະກອບຄໍາເຫັນຕໍ່ວຽກງານຫລັກສູດ ແລະ ຝຶກອົບຮົມພະນັກງານ-ລັດຖະກອນຂອງຂະແໜງການຕ່າງໆ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ;
- ນໍາໃຊ້ງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນຕ່າງໆ ເຂົ້າໃນການເຄື່ອນໄຫວວຽກງານວິຊາການຂອງສະຖາບັນຢ່າງມີປະສິດທິຜົນ ຕາມກົດໝາຍ ແລະ ລະບຽບການກໍານົດ;
- ປະຕິບັດສິດອື່ນໆຕາມການມອບໝາຍຂອງລັດຖະມົນຕີ, ຮອງລັດຖະມົນຕີຜູ້ຊີ້ນຳ, ຕາມກົດໝາຍ ແລະ ລະບຽບການກໍານົດ.